ອັບເດດລ່າສຸດ: 28/07/2026
1. ການຍອມຮັບເງື່ອນໄຂ
ການເຂົ້າໃຊ້ PMX Typing, LaoType Pro ແລະ PMX Accessories ໝາຍເຖິງທ່ານຍອມຮັບຂໍ້ກຳນົດການໃຊ້ງານນີ້ທັງໝົດ. ຖ້າທ່ານບໍ່ຍອມຮັບ ກະລຸນາຢຸດການໃຊ້ງານເວັບໄຊ.
2. ບັນຊີຜູ້ໃຊ້
- ຜູ້ໃຊ້ຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ.
- ຜູ້ໃຊ້ຕ້ອງຮັກສາລະຫັດຜ່ານຂອງຕົນເອງ.
- ຫ້າມແບ່ງປັນບັນຊີ ຫຼື ນຳບັນຊີໄປໃຊ້ໃນທາງທີ່ບໍ່ເໝາະສົມ.
3. ການໃຊ້ງານລະບົບພິມ
- ຫ້າມໃຊ້ Bot, Script ຫຼື ວິທີການອັດຕະໂນມັດເພື່ອປັ່ນຄະແນນ.
- ຫ້າມ Hack, ລົບກວນ Server ຫຼື ພະຍາຍາມເຂົ້າຖຶງຂໍ້ມູນທີ່ບໍ່ໄດ້ຮັບອະນຸຍາດ.
- ລະບົບອາດລຶບຄະແນນທີ່ຜິດປົກກະຕິໄດ້.
4. Leaderboard ແລະ Score
ຄະແນນໃນລະບົບຈະອີງໃສ່ WPM, Accuracy, Error ແລະຜົນການພິມຈິງ. Admin ມີສິດກວດສອບ ແກ້ໄຂ ຫຼື ລຶບຜົນການທົດສອບທີ່ຜິດປົກກະຕິ.
5. ສິນຄ້າ ແລະ ການສັ່ງຊື້
- ລາຄາສິນຄ້າອາດປ່ຽນແປງໄດ້ໂດຍບໍ່ແຈ້ງລ່ວງໜ້າ.
- ການສັ່ງຊື້ຈະສົມບູນເມື່ອ Admin ຢືນຢັນ.
- ສິນຄ້າຂຶ້ນກັບ Stock ທີ່ມີໃນລະບົບ.
6. ການລະງັບບັນຊີ
PMX Typing ສາມາດລະງັບ ຫຼື ລົບບັນຊີທີ່ຝ່າຝືນຂໍ້ກຳນົດໄດ້ ໂດຍອາດບໍ່ແຈ້ງລ່ວງໜ້າ.
7. ການປ່ຽນແປງຂໍ້ກຳນົດ
ພວກເຮົາອາດປັບປຸງຂໍ້ກຳນົດນີ້ໃນອະນາຄົດ ແລະຈະປະກາດວັນທີອັບເດດລ່າສຸດໃນໜ້ານີ້.
🏠 ກັບໄປໜ້າຫຼັກ